ແຈ້ງການ ກ່ຽວກັບການປ່ຽນລະບົບ Core Banking

 ທະນາຄານ ຫວຽດຕິນ ລາວ ຈໍາກັດ

ທີ່ຢູ່: 268 ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທລະສັບ: (+856)21.263968

           

ແຈ້ງການ

 (ກ່ຽວກັບການປ່ຽນລະບົບ Core Banking)

 

ຮຽນລູກຄ້າທີ່ຮັກແພງ!

      ທະນາຄານ ຫວຽດຕິນ ລາວ ຈໍາກັດ ຂໍສະແດງຄວາມຂອບໃຈມາຍັງລູກຄ້າທີ່ຮັກແພງໄດ້ການຊ່ວຍເຫຼືອ ແລະ ນໍາໃຊ້ ການບໍລິການຂອງ ທະນາຄານ ຫວຽດຕິນ ລາວ ຈໍາກັດ ໃນໄລຍະທີ່ຜ່ານມາ. ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຂອງທ່ານ ແມ່ນການພັກດັນໃຫ້ພວກຂ້າພະເຈົ້າບໍ່ຢຸດພັດທະນາຜະລິດຕະພັນ, ການບໍລິການ, ກັບເປົ້າໝາຍບໍ່ຢຸດຍົກລະດັບຄຸນນະພາບການ ບໍລິການ ແລະ ສະໜອງບັນດາຜະລິດຕະພັນທີ່ທັນສະໄໝໃຫ້ບັນດາທ່ານ, ນັບຕັ້ງແຕ່ມື້ວັນທີ 26/02/2021 ເຖິງມື້ວັນທີ 28/02/2021 ທະນາຄານ ຫວຽດຕິນ ລາວ ຈໍາກັດ ຈະໄດ້ນໍາໃຊ້ລະບົບ Core Banking ໃໝ່.

   ສະນັ້ນ, ພວກຂ້າພະເຈົ້າຂໍແຈ້ງເຖິງບັນດາທ່ານກ່ຽວກັບບາງເນື້ອໃນດັ່ງນີ້:

  1. ຢຸດສະໜອງບັນດາທຸລະກໍາການບໍລິການດ້ານການເງິນຢູ່ທີ່ປ່ອງບໍລິການໃນເວລາຂ້າງເທິງ. ທ່ານສາມາດໃຊ້ບໍລິການການເງິນຜ່ານຕູ້ເອທີເອັມ, ເຄື່ອງຮູດບັດ ເພື່ອຮັບປະກັນແຜນການການເງິນຂອງທ່ານ.
  2. ຢຸດສະໜອງບັນດາການບໍລິການທຸລະກໍາຜ່ານ BankPlus.
  3. ຢຸດການສະໜອງການບໍລິການຜ່ານ SMS ຄື: ຫັກໜີ້ແບບອັດຕະໂນມັດ, ການເຄື່ອນໄຫວຍອດເງິນບັນຊີ ບັດເອທີເອັມ, ບັດວີຊ່າ.
  4. ຢຸດການບໍລິການຫັກໜີ້ແບບອັດຕະໂນມັດໃນບັນຊີເງິນກູ້.
  5. ການປ່ຽນນໍາໃຊ້ລະບົບໃໝ່ຈະເຮັດໃຫ້ປ່ຽນເລກບັນຊີເງິນຝາກ ແລະ ເລກສັນຍາເງິນກູ້ຂອງທ່ານທີ່ເປີດຢູ່ ທະນາຄານ ຫວຽດຕິນ ລາວ ຈໍາກັດ. ພວກຂ້າພະເຈົ້າຈະແຈ້ງການປ່ຽນແປງໃຫ້ທ່ານຜ່ານ ອີເມວ ແລະ SMS. ຫຼັງຈາກນັ້ນ, ທະນາຄານ ຫວຽດຕິນ ລາວ ຈໍາກັດ ຈະແຈ້ງເລກບັນຊີເງິນຝາກໃໝ່ ແລະ ເລກສັນຍາເງິນກູ້ໃໝ່ເຖິງທ່ານຜ່ານອີເມວ  ແລະ SMS. ນອກນັ້ນທ່ານຍັງສາມາດກວດເລກບັນຊີເງິນຝາກ ແລະ ເລກສັນຍາເງິນກູ້ຜ່ານ: SMS/Email, ຂໍ້ມູນຢູ່ປ່ອງບໍລິການ ຫຼື ໂທເຂົ້າເບີ (+856)21.263968.

   ທະນາຄານ ຫວຽດຕິນ ລາວ ຈໍາກັດ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືຂອງທ່ານເພື່ອພັດທະນາຜະລິດຕະພັນ, ການບໍລິການທີ່ທັນສະໄໝຂອງ ທະນາຄານ ຫວຽດຕິນ ລາວ ຈໍາກັດ ໃນໄລຍະທີ່ຈະມາເຖິງ. ເມື່ອຕ້ອງການຄວາມຊ່ວຍເຫຼືອ, ກະລຸນາຕິດຕໍ່ກັບສາຂາ ແລະ ໜ່ວຍບໍລິການທີ່ໃກ້ບ້ານທ່ານ ຫຼື ສາມາດໂທເຂົ້າເບີ (+856)21.263997.

   ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ຈະເລີນກ້າວໜ້າ!

   ຮຽນມາດ້ວຍຄວາມເຄົາລົບນັບຖື!

ທະນາຄານ ຫວຽດຕິນ ລາວ ຈຳກັດ 

(GMT+7)
ຊື້
ຂາຍ
AUD 13697 13765
CAD 13886 14163
CHF 20726 21140
CNY 2956 3015
DKK 0 0
EUR 22455 22904
GBP 26241 26765
HKD 0 0
JPY 134.58 137.272
KRW 0 0
NOK 0 0
NZD 0 0
SEK 0 0
SGD 0 0
SGD 14327 14613
THB 643.35 654.93
TWD 393.73 401.605
USD 21202 21322
VND 0.854 0.871
ວັນທີ 12/04/2024 >> ລາຍລະອຽດ