ທະນາຄານຫວຽດຕິນ ລາວ

ຂໍ້ມູນລວມກ່ຽວກັບ VIETINBANK LAO

o  ຊື່ເປັນພາສາລາວ: ທະນາຄານ ຫວຽດຕິນລາວ ຈຳກັດ
o  ຊື່ຈົດທະບຽນເປັນພາສາອັງກິດ: VIETINBANK LAO LIMITED
o  ຊື່ຂຽນຫຍໍ້: VietinBank Lao
o  ໃບອະນຸຍາດລົງທຶນ: ໃບອະນຸຍາດລົງທຶນ ສາຂາທະນາຄານ ຕ່າງປະເທດເລກທີ 4116/ERO ລົງວັນທີ 10/11/2011 ແລະ ໃບອະນຸຍາດລົງທຶນ ສະບັບດັດແກ້ຈາກ ສາຂາທະນາຄານຕ່າງປະເທດ ເປັນທະນາຄານລູກສະບັບເລກທີ 512/BLA ລົງວັນທີ 13/07/2015 ອອກໃຫ້ໂດຍ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສ.ປ.ປ ລາວ.
o  ໃບອະນຸຍາດສ້າງຕັ້ງ: ໃບອະນຸຍາດສ້າງຕັ້ງສາຂາ ທະນາຄານຕ່າງປະເທດເລກທີ 068/BOL ລົງວັນທີ 27/01/2012 ແລະ ໃບອະນຸຍາດຫັນປ່ຽນຂຶ້ນເປັນ ທະນາຄານລູກເລກທີ 068/BOL ລົງວັນທີ 08/07/2015 ຂອງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ: “ວ່າດ້ວຍການອະນຸຍາດ ໃຫ້ຍົກລະດັບທະນາຄານຫວຽດຕິນ ສາຂາລາວ ໃຫ້ເປັນທະນາຄານ ທະນາຄານ ຫວຽດຕິນ ລາວ ຈຳກັດ”.
o  ທຶນຈົດທະບຽນ: 402.207.224.873 ກີບ
o  ສຳນັກງານໃຫຍ່:
-  029 ຂຸນບູລົມ, ບ້ານວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ແຫ່ງ ສ.ປ.ປ ລາວ
-  ໂທ: +856 21 263997
-  ແຟກ: +856 21 264026
o  ຜູ້ຕາງໜ້າຕາມກົດໝາຍ: ທ່ານ ເລ ກວກ ນາມ  –  ຜູ້ອຳນວຍການໃຫຍ່.
o  Website: www.vietinbank.com.la
o  ວັນທີສ້າງຕັ້ງ:  
   ທະນາຄານ ຫວຽດຕິນລາວ ຈຳກັດ ຖືກສ້າງຕັ້ງ ແລະ ເລີ່ມເຄື່ອນໄຫວ ດຳເນີນທຸລະກິດແຕ່ວັນທີ 03/02/2012 ດ້ວຍຊື່ເອີ້ນຢ່າງເປັນທາງການແມ່ນ ທະນາຄານ ຫວຽດຕິນ ສາຂາ ລາວ. ເດືອນ 08/2016, ທະນາຄານ ຫວຽດຕິນລາວ ຈຳກັດ ໄດ້ກາຍເປັນທະນາຄານລູກ ຢ່າງເປັນທາງການ ແລະ ເຄື່ອນໄຫວພາຍໃຕ້ຮູບການ ຖານະນິຕິບຸກຄົນໃໝ່ ໂດຍແມ່ນທະນາຄານ ຫຸ້ນສ່ວນອຸດສາຫະກໍາການຄ້າ ຫວຽດນາມ ເປັນຜູ້ລົງທຶນ 100%.
o  ໄລຍະກໍ່ສ້າງ ແລະ ພັດທະນາ:
ໄລຍະທີ 1: ແຕ່ເດືອນ 2/2012 ເຖິງເດືອນ  7/2015
-  ປະຕິບັດສຳເລັດໄລຍະສ້າງຕັ້ງ ແລະ ເລີ່ມດຳເນີນເຄື່ອນໄຫວ ສາຂາ Vietinbank ຢູ່ ລາວ. ໄດ້ເຂົ້າເຖິງ, ຕີລາຄາ ແລະ ຂຸດຄົ້ນຕະຫລາດຢ່າງດີເປັນເທື່ອລະກ້າວ, ປັບປຸງບູລະນະກົງຈັກບຸກຄະລາກອນ, ການຄຸ້ມຄອງ, ຊຸກຍູ້ແຮງການ ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດຕິຜົນ ແລະ ໝັ້ນຄົງ.
-  ດ້ວຍແນວຄິດຊີ້ນຳ ເຄື່ອນໄຫວທຸລະກິດພັດທະນາໝັ້ນຄົງຍືນຍົງ, ມີປະສິດຕິຜົນ, ເປີດກວ້າງເປັນເທື່ອລະກ້າວ, ພັດທະນາຕະຫລາດ. ແລະ ເຖິງເດືອນ 3 ປີ 2014 Vietinbank ລາວ ໄດ້ເປີດຕົວໜ່ວຍ ບໍລິການ ຈຳປາສັກຢ່າງເປັນທາງການ ແລະ ເລີ່ມດຳເນີນເຄື່ອນໄຫວ, ເປີດກວ້າງເຄືອຂ່າຍດຳເນີນທຸລະກິດ ພັດທະນາຢູ່ເຂດເສດຖະກິດພາກໃຕ້ຂອງລາວ.
-  ເດືອນ 12 ປີ 2014, Vietinbank ໄດ້ຈັດພິທີວາງສີລາເລີກ ໂຄງການກໍ່ສ້າງອາຄານ Vietinbank ຢູ່ຖະໜົນລ້ານຊ້າງ, ສູນກາງທາງດ້ານການເງິນ ທະນາຄານຂອງລາວ. ນີ້ຈະແມ່ນອາຄານ ທີ່ເປັນສັນຍາລັກ ໃຫ້ແກ່ຄຳໝັ້ນສັນຍາລົງທຶນໝັ້ນຄົງ ຍືນຍົງ, ພັດທະນາຍາວນານຂອງ Vietinbank ຢູ່ ລາວ.
ໄລຍະທີ 2: ແຕ່ເດືອນ 8/2015
-  ເດືອນ 8/2015, ພາຍຫລັງໄດ້ຮັບການຕົກລົງ ເຫັນດີ ຈາກກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານແຫ່ງ ສປປ ລາວ, Vietinbank ໄດ້ກາຍເປັນທະນາຄານລູກ (ທະນາຄານເຕັມຮູບແບບ) ຢ່າງເປັນທາງການ, ເຄື່ອນໄຫວພາຍ ໃຕ້ຮູບການ ຖານະນິຕິບຸກຄົນ ບົນພື້ນຖານປະຕິບັດ ບັນດານະໂຍບາຍ, ກົດໝາຍຂອງລັດ ແລະ ທະນາຄານແຫ່ງ ສປປ ລາວ. ນີ້ແມ່ນຈຸດເນັ້ນໜຶ່ງ, ໝາຍເອົາບາດລ້ຽວ ໜຶ່ງ ຂອງຂະບວນການປ່ຽນແປງຮູບການ ແລະ ເຄື່ອຂ່າຍໃນອະນາຄົດຢ່າງແຂງແຮງ, ເປັນພື້ນຖານເພື່ອສ້າງຍຸດທະສາດ ໃນການພັດທະນາໄລຍະຍາວ.
-  ວັນທີ 20/09/2016 Vietinbank ລາວ ໄດ້ຍົກລະດັບສໍາເລັດຈາກໜ່ວຍບໍລິການ ຈໍາປາສັກ ເປັນ ສາຂາຈຳປາສັກ ຊ່ວຍ Vietinbank ລາວ ໄດ້ພັດທະນາຂຶ້ນຕື່ມ ໃນການເຄື່ອນໄຫວທຸລະກິດ ທີ່ເຂດພາກໃຕ້ຂອງ ລາວ. ນີ້ແມ່ນບາດກ້າວ ສຳຄັນ ທີ່ Vietinbank ລາວ ກໍ່ຄືສາຂາຈຳປາສັກ ໄດ້ຍົກສູງຄວາມສາມາດ, ສະໜອງຜະລິດຕະພັນ ແລະ ການບໍລິການໃຫ້ ບັນດາວິສາຫະກິດ ແລະ ລູກຄ້າ ຢູ່ເຂດເສດຖະກິດສຳຄັນນີ້. ຍິ່ງໄປກວ່ານັ້ນ ເປັນຂີດໝາຍສຳຄັນ ຂອງຂະບວນປ່ຽນຮູບແບບ ແລະ ເຄືອຂ່າຍເຄື່ອນໄຫວໃນອານາຄົດ, ເປັນພື້ນຖານເພື່ອກໍ່ສ້າງແຜນຍຸດທະສາດພັດທະນາຍາວນານ.
-  ມາຮອດທ້າຍປີ 2016, ຊັບສິນລວມທັງຫມົດຂອງ Vietinbank ລາວ ມີການຂະຫຍາຍຕົວຢ່າງກະໂດດຂ້າມ ບັນລຸ 222 ລ້ານໂດລາສະຫະລັດ, ຍອດເຫລືອສິນເຊື່ອບັນລຸ 158 ລ້ານໂດລາສະຫະລັດ. ໃນຕໍ່ໜ້າ, ທະນາຄານ ຫວຽດຕິນ ລາວ ຈຳກັດ ຈະຄົ້ນຄວ້າຕະຫລາດ ແລະ ຂໍໃບອະນຸຍາດຈາກທະນາຄານກາງຂອງລາວ ເພື່ອ ເປີດສາຂາ, ໜ່ວຍບໍລິການຕື່ມອີກ ຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊັ່ນ: ແຂວງສະຫວັນນະເຂດ, ແຂວ
ງບໍລິຄຳໄຊ, ແຂວງຫລວງພະບາງ...