ແຈ້ງການປ່ຽນແປງເຄືອຂ່າຍ

ແຈ້ງການການເປີດໜ່ວຍບໍລິການ

 - ອີງຕາມຂໍ້ກຳນົດຄູ້ມຄອງພາຍໃນ ຂອງທະນາຄານ ຫວຽດຕິນລາວ ຈຳກັດ
 - ອີງຕາມ ຂໍ້ຕົກລົງເລກທີ 052/NQ-HDQT-NHCT1.2  ວັນທີ  16/02/2016 ກ່ຽວກັບການຂະຫຍາຍເຄື່່ອຂ່າຍ ຂອງທະນາຄານ ຫວຽດຕິນລາວ ຈຳກັດ ຂອງຄະນະບໍລິຫານທະນາຄານ ຫຸ້ນສ່ວນ ອຸດສາຫະກຳການຄ້າ ຫວຽດນາມ;
 - ອີງຕາມກົດລະບຽບການຈັດຕັ້ງ ແລະ ເຄື່ອນໄຫວຂອງ ໜ່ວຍບໍລິການ ທະນາຄານ ຫວຽດຕິນລາວ ຈຳກັດ ປະກາດນຳໃຊ້, ພ້ອມທັງ ຂໍ້ຕົກລົງເລກທີ 239/2016/QĐ-HDTV-NHCT1 ວັນທີ 07/09/2016  ຂອງປະທານຄະນະບໍລິຫານທະນາຄານ ຫຸ້ນສ່ວນອຸດສາຫະກຳການຄ້າ ຫວຽດນາມ
 - ອີງຕາມ ບົດບັນທຶກ ຄະນະບໍລິຫານທະນາຄານ ຫວຽດຕິນລາວ ຈຳກັດ, ວັນທີ 16/11/2017 ກ່ຽວກັບໜ່ວຍບໍລິການນະຄອນຫຼວງ ວຽງຈັນ.

ທະນາຄານ ຫວຽດຕິນລາວ ຈຳກັດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ:

1. ໜ່ວຍບໍລິການນະຄອນຫຼວງວຽງຈັນຂອງ ທະນາຄານຫວຽດຕິນລາວ ຈໍາກັດ ແລະ ເຄື່ອນໄຫວຢ່າງເປັນທາງການໃນວັນທີ 19 ເມສາ 2017 ຕາມຊື່ ແລະ ທີ່ຢູ່ລຸ່ມນີ້:
  - ຊື່ເປັນພາສາລາວ: ທະນາຄານ ຫວຽດຕິນລາວ ຈໍາກັດ - ໜ່ວຍບໍລິການນະຄອນຫຼວງວຽງຈັນ
  - ຊື່ເປັນພາສາອັງກິດ: VietinBank Lao Ltd-Vientiane Transaction Counters;
  - ທີ່ຕັ້ງ: ບ້ານ ຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສປປ ລາວ

2. ໜ່ວຍບໍລິການນະຄອນຫຼວງວຽງຈັນ ທະນາຄານ ຫວຽດຕິນລາວ ຈຳກັດ ເປັນໜ່ວຍບໍລິການ ທີ່ຂຶ້ນກັບທະນາຄານ ຫວຽດຕິນລາວ ຈຳກັດ, ມີກາຈໍ້າສະເພາະ ເຄື່ອນໄຫວທຸລະກິດທະນາຄານ ແລະ ບັນດາການເຄື່ອນໄຫວອື່ນໆ ທີ່ກ່ຽວຂ້ອງໄດ້ລະບຸໄວ້ ໃນທະບຽນວິສາຫະກິດ, ກົດລະບຽບ, ຂໍ້ຕົກລົງ, ຂໍ້ກຳນົດ, ປະຕິບັດຕາມກົດໝາຍ ສປປ ລາວ ແລະ ກົດລະບຽບພາຍໃນຂອງທະນາຄານ ຫວຽດຕິນລາວ ຈຳກັດ.

ທະນາຄານ ຫວຽດຕິນລາວ ຈຳກັດ ຍິນດີໃຫ້ບໍລິການທຸກໆ ທ່ານ.