ທະນາຄານ ຫວຽດຕີນລາວ ສະຫຼຸບວຽກງານປີ 2018: ການບຸກເບີກບົນແຜ່ນດິນລ້ານຊ້າງ

    ວັນທີ 31/01/2019, ທະນາຄານການຄ້າຈໍາກັດຜູ້ດຽວ ຂອງຫວຽດນາມຢູ່ລາວ( VietinBank Lào) ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວທຸລະກິດປີ 2018 ແລະ ວາງທິດທາງ, ໜ້າທີ່ທຸລະກິດໃນປີ 2019.

 
                        ທ່ານ ຫງວຽນ ດຶກ ແທ່ງ ໄດ້ມີຄຳເຫັນໃຫ້ທິດຊີ້ນຳຕໍ່ກອງປະຊຸມ

     ເຂົ້າຮ່ວມກອງປະຊຸມມີສະຫາຍ ຫງວຽນ ດຶກ ແທ່ງ - ຮອງຜູ້ອໍານວຍໃຫ່ຍການທະນາຄານ ຫວຽດຕີນ, ປະທານສະພາ ທະນາຄານ ຫວຽດຕີນລາວ, ມີບັນດາສະມາຊິກໃນສະພາ ແລະ ຄະນະສະພາ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ເລ ກວກ ນາມ ສະມາຊິກສະພາ, ຜູ້ອຳນວຍການທະນາຄານ ຫວຽດຕີນລາວ ຕາງໜ້າທະນາຄານ ຫວຽດຕີນລາວ ພ້ອມດ້ວຍຄະນະນໍາທະນາຄານ ແລະ ພະນັກງານ, ສະມາຊິກທັງໝົດຂອງທະນາຄານ ຫວຽດຕີນລາວ ເຂົ້າຮ່ວມ.
     ຜູ້ເຂົ້າຮ່ວມກອງປະຊຸມທັງໝົດໄດ້ຮັບຟັງການສະຫຼຸບວຽກງານການເຄື່ອນໄຫວທຸລະກິດໃນປີ 2018 ຜ່ານມາ ແລະ ທິດທາງ ໜ້າທີ່ປີ 2019; ໂດຍສະເພາະແມ່ນການປະກອບຄຳຄິດເຫັນຂອງບັນດາຫົວໜ່ວຍຂະແໜງການ, ຂອງບັນດາສາຂາຕ່າງໆໃນການເສີມຂະຫຍາຍທິດທາງ ໜ້າທີ່ທຸລະກິດໃນປີ 2019.
     ໃນປີ 2018 ຜ່ານມາ, ເຖິງແມ່ນວ່າພວກເຮົາຈະຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ ແລະ ການແກ້ງແຍ້ງແຂ່ງຂັນອັນດຸເດືອດຈາກທະນາຄານການຄ້າທີ່ຢູ່ໃນພຶື້ນທີ່ດຽວກັນກໍຕາມ ແຕ່ທະນາຄານ ຫວຽດຕີນລາວ ກໍໄດ້ເຮັດສໍາເລັດໜ້າທີ່ທີ່ຖືກມອບໝາຍໃຫ້ໄດ້ເປັນຢ່າງດີ ແລະ ໄດ້ກາຍເປັນຂີດໝາຍແຫ່ງຜົນສຳເລັດທີ່ສະຫງ່າງາມຕະຫຼອດ 06 ປີທີ່ຜ່ານຢ່າງໜ້າເພີ່ງພໍໃຈ, ການເຄື່ອນໄຫວທຸລະກິດແມ່ນໄດ້ຂະຫຍາຍຕົວຖືກທິດຕາມທີ່ທະນາຄານ ຫວຽດຕີນ ວາງອອກ ແລະ ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມດຽວກັນນັ້ນກໍໄດ້ມີການບໍລິຫານທີ່ໜັກແໜ້ນ. 
     ດ້ວຍຄວາມພະຍາຍາມຂອງບັນດາພະນັກງານ ແລະ ຄວາມເອົາໃຈໃສ່ຍູ້ໜູນຂອງສະມາຊິກໃນສະພາ ຫວຽດຕີນ ລາວ ຈຶ່ງໄດ້ມີຜົນສຳເລັດທີ່ໜ້າເພີ່ງພໍໃຈ. ທຸກໆຄາດໝາຍທີ່ວາງໄວ້ໃນປີ 2018 ນັ້ນ ລ້ວນແລ້ວແຕ່ໄດ້ຮັບຜົນສຳເລັດ ແລະ ລື່ນຄາດໝາຍ: ຕົ້ນທຶນໂດຍສະເລ່ຍປະຕິບັດໄດ້ 120% ຂອງແຜນການປີລຶບລ້າງໜີ້ສິນໄດ້ 100% ຂອງແຜນການ, ຜົນກໍາໄລປະຕິບັດໄດ້ 104% ຂອງແຜນການມອບໝາຍໃຫ້.

     
ຄະນະນຳຍົກຈອກອວຍພອນຜົນສຳເລັດຂອງທະນາຄານ ຫວຽດຕີນ ລາວ ໃນປີ 2018.

   ນອກຈາກການເຮັດທຸລະກິດແລ້ວ, ທະນາຄານ ຫວຽດຕີນລາວ ຍັງມີຜົນສໍາເລັດທາງດ້ານການຂະຫຍາຍສາຂາຕື່ມອີກ ເຊັ່ນໄດ້ສ້າງຕັ້ງສາຂາຢູ່ໃນພື້ນທີ່ໃນນະຄອນຫຼວງວຽງຈັນຂອງລາວ; ສືບຕໍ່ກໍ່ສ້າງສຳນັກງານໃໝ່ໃຫ້ສຳເລັດ, ບູລະນະກົງຈັກດ້ານບຸກຄະລາກອນ, ດຶງດູດເອົາແຮງງານທີ່ມີຄຸນນະພາບ, ເປີດການນຳໃຊ້ບັນດາຮູບແບບ, ໂຄງການບໍລິຫານທີ່ມີຄວາມສ່ຽງໃນການເຄື່ອນໄຫວ. ຮັບປະກັນໃຫ້ຊີວິດການເປັນຢູ່ ແລະ ລາຍຮັບຂອງຜູ້ອອກແຮງງານໃຫ້ປົກກະຕິ ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດແຜນການທຸລະກິດໃນຊຸປີຕໍ່ໜ້າໃຫ້ມີການເພີ່ມຂຶ້ນທາງດ້ານປະລິມານ ແລະ ປະສິດທິຜົນຂອງການເຄື່ອນໄຫວ.
     ກອງປະຊຸມໄດ້ຮັບຟັງຄຳເຫັນຊີ້ນຳຂອງສະຫາຍ  ຫງວຽນ ດຶກ ແທ່ງ ຕໍ່ກັບທິດທາງ ແຜນການໃນປີ 2019, ເອົາໃຈໃສ່ວຽກງານບໍລິຫານທີ່ມີຄວາມສ່ຽງລວມຕໍ່ທະນາຄານ, ປັບປ່ຽນໂຄງສ້າງເປົ້າໝາຍລູກຄ້າຕາມທິດເພີ່ມສະມັດຕະພາບໃຫ້ສູງຂຶ້ນ. ພ້ອມກັນນີ້ກໍຕ້ອງມີການກະຕຸກຊຸກຍູ້ການກໍ່ສ້າງສຳນັກງານໃໝ່ໃຫ້ສຳເລັດ, ເປີດກ້ວາງສາຂາເພື່ອຍົກໃຫ້ທະນາຄານ ຫວຽດຕີນ ຂຶ້ນສູ່ບາດກ້າວຂະຫຍາຍຕົວໃໝ່ໃນຕະຫຼາດການເງິນຢູ່ລາວ.
     ປີ 2019 ຈະເປັນປີແຫ່ງຄວາມຫວັງໃໝ່ໃນຫຼາຍເຫດການເຄື່ອນໄຫວທຸລະກິດຢູ່ລາວຂອງທະນາຄານ ຫວຽດຕີນລາວ, ພິເສດແມ່ນການຍົກຍ້າຍມາຢູ່ສຳນັກງານໃໝ່ໃນຖະໜົນ ລ້ານຊ້າງ-ສູນກາງການຄ້າຂອງປະເທດລາວ. ສຳນັກງານໃໝ່ ໂດຍມີເຄື່ອງໝາຍການຄ້າ VietinBank ລາວຈະມີການສາດແສງໃນລະດັບໃໝ່ສູງກ່ວາ, ຈະເປັນກຳລັງແຮງພື້ນຖານໃຫ້ແກ່ທະນາຄານ ຫວຽດຕີນ ຂຸດຄົ້ນ ແລະ ເສີມຂະຫຍາຍກໍາລັງແຮງສູງສຸດໃນເວທີຕະຫຼາດການເງິນ.
     ໄປຄຽງຄູ່ກັນນັ້ນ, ໃນລະບົບ Core ShunShine ທີ່ມີຈຸດເດັ່ນຫຼາຍຢ່າງນັ້ນຈະຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການທາງດ້ານທຸລະກິດຂອງທະນາຄານ ທີ່ຈະໄດ້ເອົາມານຳໃຊ້ຢູ່ທະນາຄານ ຫວຽດຕີນລາວ. ໄປພ້ອມໆດຽວກັນນັ້ນ, ທະນາຄານ ຫວຽດຕີນລາວກໍຈະເປີດການນຳໃຊ້ ໂປແກມ Basel II ຂຶ້ນຕາມທິດຊີ້ນຳລວມຂອງທະນາຄານ ຫວຽດຕີນ.
     ກອງປະຊຸມຄັ້ງນີ້, ຍັງໄດ້ຈັດງານອຳລາ ທ່ານ ນາງ ຟາມທິເຈົາ - ປະທານຄະນະກໍາມະການກວດກາຂອງທະນາຄານຫວຽດຕີນ ລາວ ອີກ ທີ່ໄດ້ພັກຜ່ອນບຳນານ. ຕະຫຼອດໄລຍະເວລາ 30 ປີທີ່ ທ່ານ ນາງເຈົາ ທີ່ໄດ້ເຮັດວຽກຢູ່ທະນາຄານ ຫວຽດຕີນ ແລະ 06 ປີທີ່ຕິດພັນກັບທະນາຄານ ຫວຽດຕີນລາວເພີ່ນໄດ້ຊີ້ນຳນຳພາ ແລະ ພ້ອມກັນກັບ ທະນາຄານ ຫວຽດຕີນ ວາງນະໂຍບາຍ, ວາງຍຸດທະສາດພັດທະນາ, ການນຳໃຊ້ບຸກຄະລາກອນ, ການຄຸ້ມຄອງການເງິນ, ການພົວພັນຕ່າງປະເທດ, ວຽກງານປິດບັນຊີ ແລະ ການກໍ່ສ້າງພື້ນຖານຕົ້ນຕໍຈຳນວນໜື່ງ, ເພີ່ນໄດ້ປະກອບສ່ວນອັນໃຫ່ຍຫຼວງໃຫ້ທະນາຄານ ຫວຽດຕີນ ຢູ່ລາວ.

     

(GMT+7)
ຊື້
ຂາຍ
AUD 13551 13618
CAD 13885 14162
CHF 20772 21187
CNY 2964 3023
DKK 0 0
EUR 22413 22861
GBP 25984 26503
HKD 0 0
JPY 133.53 136.201
KRW 0 0
NOK 0 0
NZD 0 0
SEK 0 0
SGD 0 0
SGD 14318 14604
THB 644.22 655.816
TWD 393.73 401.605
USD 21277 21397
VND 0.923 0.941
ວັນທີ 23/04/2024 >> ລາຍລະອຽດ